ມິສຊັ່ນ: ອິມພອສຊິເບິ້ລ ລ່າພິກັດມໍລະນາ ຕອນທີໜຶ່ງ
ມິສຊັ່ນ: ອິມພອສຊິເບິ້ລ ລ່າພິກັດມໍລະນາ ຕອນທີໜຶ່ງ (ອັງກິດ: Mission: Impossible – Dead Reckoning Part One) ເປັນຮູບເງົາແນວແອັກຊັນສາຍລັບອາເມຣິກາທີ່ຂຽນ ແລະ ກຳກັບໂດຍ ຄຣິສໂຕເຟີ ແມັກຄວາຣີ ເຊິ່ງເປັນພາກທີເຈັດ ແລະ ພາກສຸດທ້າຍຂອງຊີຣີຮູບເງົາ ມິສຊັ່ນ: ອິມພອສຊິເບິ້ລ ແລະ ພາກທີສາມໃນຊີຣີທີ່ກຳກັບໂດຍແມັກຄວາຣີຕຊຈາກ Mission: Impossible – Rogue Nation ແລະ Mission: Impossible – Fallout ນຳສະແດງໂດຍ ທອມ ຄຣູຊ, ວິງ ຣາເມສ, ເຮນຣີ ເຊີນີ, ໄຊມອນ ເພກກ໌, ຣີເບກກ້າ ເຟີກູສັນ, ວາເນສຊາ ເຄີບີ ແລະ ເຟຣດເດີຣິກ ຊະມິດທ໌ ເຊິ່ງທຸກຄົນຈະກັບມາຮັບບົດເດີມຈາດຮູບເງົາເລື່ອງກ່ອນໆ ນັກສະແດງໃໝ່ ໄດ້ແກ່: ເຮລີ ແອດທ໌ເວລ, ປ໋ອມ ກລີມັອງທ໌ແຢັຟ, ເຊ ວິກຳ, ເອໄຊ ໂມຣາເລສ, ຣັອບ ເດລານີ, ຊາລສ໌ ພາເນລ, ອິນດິຣາ ວາຣ໌ມາ, ມາກ ກາຕິສ ແລະ ແຄຣີ ເອລວິສ ມິສຊັ່ນ: ອິມພອສຊິເບິ້ລ ລ່າພິກັດມໍລະນາ ຕອນທີໜຶ່ງ ມີກຳນົດເຂົ້າສາຍໃນສະຫະລັດອາເມຣິກາວັນທີ 14 ກໍລະກົດ 2023 ໂດຍພາຣາເມົາທ໌ ພິກເຈີ[5] ພາກຕໍ່ໂດຍກົງກັບຊື່ ມິສຊັ່ນ: ອິມພອສຊິເບິ້ລ ລ່າພິກັດມໍລະນາ ຕອນທີສອງ ມີກຳນົດເຂົ້າສາຍໃນວັນທີ 28 ມິຖຸນາ 2024 ອ້າງອີງ
ແຫຼ່ງຂໍ້ມູນອື່ນ |